ພະຍາດ HIV
ເຮສໄອວີແມ່ນ (HIV)ແມ່ນຄໍາສັບຫຍໍ້ມາຈາກ ຄໍາສັບ (Human immunodeficiency Virus) ເປັນເຊື້ອໄວຣັສທີ່ມີຂະໜາດນ້ອຍໆ ສາມາດທຳລາຍລະບົບປ້ອງກັນທີ່ເປັນພູມຕ້ານທານຂອງຄົນ. ເຮສໄອວີແມ່ນຈະຕິດກັບເຊື້ອຈຸລັງຂອງລະບົບພູມຕ້ານທານຂອງຄົນເຮົາ (ສ່ວນໃຫຍ່ແມ່ນ CD4-positive T-cells ແລະ macrophages – ທີ່ເປັນສ່ວນປະກອບ ສຳ ຄັນຂອງຂອງຈຸລັງລະບົບພູມຕ້ານທານຂອງຄົນ) ຖືກທຳ ລາຍ ຫລື ເຮັດໃຫ້ເຊື່ອມໂຊມລົງ-ຕາຍໄປ.
ການຕິດເຊື້ອໄວຣັສຊະນິດນີ້ເຮັດໃຫ້ລະບົບພູມຄຸ້ມກັນຊຸດໂຊມລົງໃນແຕ່ລະມື້ , ນຳ ໄປສູ່ພູມຕ້ານທານຫມົດໄປ ເຮັດໃຫ້ເກີດ ພະຍາດແຊກຊ້ອນຕ່າງໆ ເກີດຂື້ນໄດ້ງ່າຍ.
– ເມື່ອລະບົບພູມຄຸ້ມກັນຫມົດໄປມັນບໍ່ສາມາດ ປະຕິບັດ ຫນ້າທີບົດບາດຂອງມັນທີ່ຈະຕໍ່ສູ້ກັບການຕິດເຊື້ອ ພະຍາດຕ່າງໆອີກຕໍ່ໄປ. ຜູ້ທີ່ບໍ່ມີພູມຕ້ານທານແມ່ນມີຄວາມສ່ຽງຫຼາຍຕໍ່ການຕິດເຊື້ອແລະມະເລັງເຊິ່ງສ່ວນໃຫຍ່ແມ່ນເກີດຂື້ນໄດ້ຍາກໃນບັນດາຄົນທີ່ມີພູມຕ້ານທານດີ. ໃຜມີເຊື້ອເຮສໄອວີ ແຕ່ບໍ່ທັນມີອາການສະແດງເອີ້ນວ່າຜູ້ຕິດເຊື້ອ, ຄົນຜູ້ນີ້ສາມາດສົ່ງເຊື້ອໄປຫາຄົນອື່ນໄດ້ງ່າຍ ເນື່ອງຈາກວ່າ ບໍ່ມີອາການສະແດງໃຫ້ ຮູ້ ຫລື ສະແດງອອກພາຍນອກ ຖ້າ ຄົນຜູ້ນີ້ ບໍ່ໄດ້ ກວດຊອກຫາການຕິດເຊື້ອເຮສໄອວີ ລາວຈະບໍ່ຮູ້ວ່າຕົນເອງຕິດເຊື້ອ ແລະ ກໍ່ຈະສົ່ງເຊື້ອໃຫ້ຄົນອື່ນໄດ້ຕໍ່ໆໄປ.
ຄຳວ່າເອດ ( AIDS) ແມ່ນຄຳຫຍໍ້ ມາຈາກ ຄຳສັບ (Acquired Immuno Deficiency Syndrome )ຊຶ່ງເອີ້ນວ່າພະຍາດເອດ ແມ່ນຫມາຍເຖິງ ລະບົບພູມຕ້ານທານ ຂອງຮ່າງກາຍຖືກທຳລາຍຫມົດໄປ ພາໃຫ້ເກີດກຸ່ມອາການຂອງພະຍາດຕ່າງໆ ຫລາຍຢ່າງທີ່ກ່ຽວຂ້ອງກັບການຂາດພູມຕ້ານທານ.
ການຕິດເຊື້ອເຮສໄອວີຈຶ່ງຖືວ່າເປັນສາຍເຫດຫລັກ ທີ່ພາໃຫ້ເກີດເປັນ ພະຍາດເອດ.ອາການຂອງພະຍາດແຊກຊ້ອນຕ່າງໆ ເຊັ່ນ: ພະຍາດວັນນະໂລກ, ຖອກທ້ອງແກ່ຍາວຫລາຍມື້, ເປັນໄຂ້, ໄອ , ຜິວຫນັງມີຕານເຕັ້ນ, ມະເຮັງ………ທີ່ເກີດຂື້ນນໍາຜູ້ຕິດເຊື້ອເຮສໄອວີ ມາເປັນເວລານານ ຈົນລະບົບພູມຕ້ານທານຫມົດໄປ ເປັນຕົວບົ່ງຊີ້ວ່າການຄົນທີ່ຕິດເຊື້ອເຮສໄອວີນັ້ໜ ໄດ້ກ້າວໄປສູ່ພາລະເປັນພະຍາດເອດແລ້ວ .ສະຫລຸບແລ້ວ ພະຍາດເອດ ແມ່ນກຸ່ມອາການຂອງພະຍາດແຊກຊ້ອນ ທີ່ສະແດງອອກນໍາຄົນທີ່ຕິດເຊື້ອເຮສໄອວີມາຫລາຍປີ.
ເຮສໄອວີສາມາດຕິດຕໍ່ໄດ້ທາງເລືອດ, ນ້ຳອະສຸຈິ, ນ້ຳຫລໍ່ລື່ນຈາກອະໄວຍະເພດຊາຍ, ນ້ຳນົມ ແລະ ສານຄັດຫຼັ່ງຈາກຊ່ອງຄອດ ແລະ ທາງທະວານໜັກ ຕິດຕໍ່ໄດ້ຈາກການມີເພດສຳພັນທີ່ບໍ່ປ້ອງກັນ, ການໃຊ້ເຂັມສັກຢາຮ່ວມກັນ, ຕິດທາງເລືອດຈາກແມ່ສູ່ລູກ ແລະ ການຖ່າຍເລືອດທີ່ມີເຊື້ອເອສໄອວີ, ການສຳຜັດສານຄັດລັ່ງຈາກຜູ້ທີມີເຊື້ອເຮສໄອວີໂດຍກົງກັບບາດແຜເປີດ ຫຼື ເຍື່ອເໝືອກທີ່ບອບບາງ.
ຜູ້ທີ່ໄດ້ຮັບເຊື້ອ HIV ປະມານ 14-28 ມື້ ຈະມີອາການຄ້າຍຄືກັນກັບອາການໄຂ້ຫວັດທົ່ວໄປ ຫຼື ຄ້າຍຄືກັນກັບການຕິດເຊື້ອໄວຣັດອື່ນໆ, ມັນແມ່ນການຕອບສະໜອງຂອງຮ່າງກາຍຕໍ່ການຕິດເຊື້ອ HIV ແລະອາການເຫຼົ່ານີ້ຈະຫາຍໄປພາຍໃນສອງສາມອາທິດ ແລະ ຈະບໍ່ສະແດງອາການອີກເປັນເວລາຫຼາຍປີ ໃນຊ່ວງເວລານີ້ຜູ້ທີ່ຕິດເຊື້ອສາມາດແຜ່ເຊື້ອໄປໃຫ້ຜູ້ອື່ນໄດ້ງ່າຍ
ອາການເບື້ອງຕົ້ນຂອງຜູ້ຕິດເຊື້ອ ເຮສໄອວີ ( HIV )
• ອາການໄຂ້, ໜາວສັ່ນ, ຫຼື ເປັນໄຂ້ ເລື້ອຍໆໃນເດືອນທີ່ຜ່ານມາ
• ໄອຊໍາເຮື້ອ, ເຈັບຄໍ
• ກ້າມເນື້ອອ່ອນເພຍ
• ຮ່າງກາຍອ່ອນເພຍ, ເມື່ອຍລ້າ
• ວິນຫົວ, ປວດຮາກ
• ມີຜື່ນຕາມຜິວໜັງ ຜິວໜັງອັກເສບ ມີຮອຍຊໍ້າເປັນຈຸດ
• ຕ່ອມນ້ຳເຫຼືອງບວມໃນຄໍ, ຂີ້ແຮ້, ຫຼື ຂາ
• ນ້ໍາໜັກຫຼຸດ, ຖອກທ້ອງຊໍາເຮື້ອ ຫຼື ຖ່າຍອາຈົມແຫຼວເປັນເວລາຫຼາຍອາທິດ
• ເຫື່ອອອກຫຼາຍຜິດປົກກະຕິ ໂດຍສະເພາະໃນຕອນກາງຄືນ
ຖ້າພົບວ່າມີອາການດັ່ງກ່າວບໍ່ຄວນລະເລີຍ ໃຫ້ເຂົ້າໄປປຶກສາແພດໝໍ ເພື່ອກວດໃຫ້ແນ່ໃຈ ແລະຖ້າຜົນກວດພົບວ່າມີເຊື້ອໄວຣັສ HIV ຈະສາມາດປິ່ນປົວຮັກສາໄດ້ທັນເວລາ
ການປ້ອງກັນການຕິດເຊື້ອ ເຮສໄອວີ ( HIV ) ສາມາດເຮັດໄດ້ໂດຍການຫຼີກລ່ຽງພຶດຕິກໍາທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ ວິທີປ້ອງກັນການຕິດເຊື້ອ ເຮສໄອວີທີ່ ຄວນປະຕິບັດມີດັ່ງນີ້:
• ໃສ່ຖົງຢາງອະນາໄມທຸກຄັ້ງເມື່ອມີເພດສຳພັນ.
• ຫຼີກເວັ້ນການມີເພດສໍາພັນກັບຄົນທີ່ບໍ່ແມ່ນຄູ່ສົມລົດ ຫຼື ຄົນທີ່ທ່ານບໍ່ຮູ້ຈັກ.
• ຫ້າມໃຊ້ເຂັມ ຫຼື ເຂັມສັກຢາຮ່ວມກັບຜູ້ອື່ນ.
• ກວດເລືອດກ່ອນແຕ່ງງານ ເພື່ອໃຫ້ໝັ່ນໃຈວ່າທັງສອງຈະບໍ່ຕິດເຊື້ອ
• ໄດ້ຮັບການກວດເລືອດຢ່າງໜ້ອຍໜຶ່ງຄັ້ງຕໍ່ປີ.
• ຖ້າມີບາດແຜເປີດ, ຈົ່ງລະມັດລະວັງ ຢ່າປ່ອຍໃຫ້ບາດແຜສໍາຜັດກັບສານຄັດຫຼັ່ງຂອງຜູ້ຕິດເຊື້ອ.
• ໃຊ້ຢາຕ້ານເຊື້ອ HIV (Pre-Exposure Prophylaxis: PrEP) ກ່ອນທີ່ຈະສໍາຜັດກັບເຊື້ອ ( ກິນຢາປ້ອງກັນກ່ອນ )
• ໃຊ້ຢາປ້ອງກັນການຕິດເຊື້ອ ເຮສໄອວີ (Post-Exposure Prophylaxis: PEP) ຫຼັງຈາກການສຳຜັດກັບເຊື້ອ ( ກິນຫຼັງມີຄວາມສ່ຽງພາຍໃນ 72 ຊົ່ວໂມງ ).
ຂໍ້ມູນຈາກ: ສູນຕ້ານເອດ ແລະ ພຕພ, testVTE