ພະຍາດ HBV
ໄວຣັສ໌ຕັບອັກເສບບີ ແມ່ນການຕິດເຊື້ອຢູ່ໃນຕັບທີ່ເກີດຂຶ້ນຫຼາຍທີ່ສຸດໃນທົ່ວໂລກ. ມັນເກີດຈາກໄວຣັສ໌ຕັບອັກເສບບີ້ (HBV) ຊຶ່ງເຂົ້າໄປທໍາລາຍຕັບ. ມັນສາມາດຕິດເຊື້ອຜ່ານທາງກະແສເລືອດ, ການມີເພດສໍາພັນທີ່ບໍ່ມີການປ້ອງກັນ, ໃຊ້ເຂັມຮ່ວມກັນ ຫຼື ໃຊ້ເຂັມທີ່ໃຊ້ແລ້ວ, ແລະ ຕິດເຊື້ອຈາກແມ່ໄປຫາລູກຂອງລາວໃນເວລາຖືພາ ຫຼື ອອກລູກ. ຜູ່ໃຫຍ່ທີ່ໄດ້ຮັບເຊື້ອທຸກຄົນສາມາດຫາຍຂາດຈາກການຕິດໄວຣັສ໌ຕັບອັກເສບບີ້ ໄດ້ ໂດຍບໍ່ມີບັນຫາໃດ. ເຖິງຢ່າງໃດກໍ່ຕາມ, ຜູ່ໃຫຍ່ບາງຄົນ, ເດັກນ້ອຍເກີດໃໝ່ ແລະ ເດັກນ້ອຍທີ່ໄດ້ຮັບເຊື້ອທຸກຄົນ ອາດຈະບໍ່ສາມາດຫາຍຂາດຈາກການຕິດໄວຣັສ໌ຕັບອັກເສບບີ້ ແລະ ຈະຕິດເຊື້ອຊໍ້າເຮື້ອ (ຈົນກວ່າຈະເສັຍຊີວິດ).
ຕັບອັກເສບ B ຂັ້ນຮຸນແຮງ ສາມາດນໍາໄປສູ່ການເປັນພະຍາດກ່ຽວກັບຕັບຂັ້ນຮ້າຍແຮງ ເຊັ່ນ: ຕັບແຂງ ຫຼື ມະເຮັງຕັບ. ສິ່ງສຳຄັນແມ່ນຕ້ອງໄປກວດ ຍ້ອນວ່າການບົ່ງມະຕິພະຍາດໄດ້ໄວເທົ່າໃດ ກໍ່ສາມາດໄດ້ຮັບການປິ່ນປົວໄດ້ໄວເທົ່ານັ້ນ ຊຶ່ງສາມາດຮັກສາຊີວິດຂອງທ່ານໄດ້. ນອກຈາກນັ້ນ, ຜູ່ທີ່ຕິດເຊື້ອ ຍັງສາມາດກະຈາຍໄວຣັສໄປໃຫ້ຄົນອື່ນໄດ້. ເນື່ອງຈາກວ່າ ຄົນສ່ວນໃຫຍ່ບໍ່ຮູ້ວ່າພວກເຂົາໄດ້ຮັບເຊື້ອ, ດັ່ງນັ້ນ ພວກເຂົາຈຶ່ງແຜ່ເຊື້ອໃຫ້ຄົນອື່ນຫຼາຍຄົນແບບບໍ່ຮູ້ໂຕ. ຖ້າວ່າພວກເຂົາບໍ່ໄປກວດ, ຕັບອັກເສບ B ສາມາດແຜ່ເຊື້ອໄປໃຫ້ຫຼາຍເຊັ່ນຄົນໃນຄອບຄົວໜຶ່ງ ແລະ ທົ່ວຊຸມຊົນ.
ຕັບອັກເສບ B ສາມາດ “ສືບທອດທາງກໍາມະພັນ” ເນື່ອງຈາກວ່າ ຫຼາຍເຊັ່ນຄົນໃນຄອບຄົວໜຶ່ງອາດຈະໄດ້ຮັບເຊື້ອ. ແຕ່ວ່າ ຕັບອັກເສບ B ບໍ່ແມ່ນພະຍາດທາງກໍາມະພັນ – ຕັບອັກເສບ B ແມ່ນເກີດມາຈາກໄວຣັສ, ຊຶ່ງສ່ວນໃຫຍ່ຈະຕິດຕໍ່ຜ່ານສະມາຊິກໃນຄອບຄົວຈາກແມ່ຫາລູກ ຫຼື ຈາກການສໍາພັດທາງເລືອດຢູ່ໃນຄອບຄົວແບບບັງເອີນ. ບັນດາຄອບຄົວເຫຼົ່ານັ້ນ ສາມາດຢຸດວົງຈອນການຕິດເຊື້ອຈາກ ຕັບອັກເສບ B ໄດ້ໂດຍການເຂົ້າໄປກວດ, ສັກວັກຊີນປ້ອງກັນ ແລະ ປິ່ນປົວ.
ໄວຣັສ໌ຕັບອັກເສບບີ້ ແມ່ນມີອັນຕະລາຍ ຍ້ອນວ່າມັນແມ່ນ “ພະຍາດງຽບ” ທີ່ສາມາດຕິດຕໍ່ຈາກຄົນສູ່ຄົນໂດຍບໍ່ຮູ້ໂຕ.ຄົນສ່ວນໃຫຍ່ທີ່ຕິດເຊື້ອໄວຣັສ໌ຕັບອັກເສບບີ້ ແມ່ນບໍ່ຮູ້ວ່າພວກເຂົາຕິດເຊື້ອ ແລະ ສາມາດກະຈາຍໄວຣັສ໌ໃຫ້ຄົນອື່ນໂດຍບໍ່ຮູ້ໂຕຜ່ານທາງກະແສເລືອດ ແລະ ທາດແຫລວໃນຮ່າງກາຍທີ່ຕິດເຊື້ອ. ສໍາລັບຜູ່ທີ່ຕິດເຊື້ອຊໍາເຮື້ອ ຈະມີຄວາມສ່ຽງເຮັດໃຫ້ຕັບຖືກທໍາລາຍເພີ່ມຂຶ້ນ, ເປັນພະຍາດຕັບແຂງ ແລະ/ຫຼື ມະເຮັງຕັບໃນຕອນທ້າຍຂອງຊີວິດ. ໄວຣັສ໌ສາມາດເຂົ້າຫາຕັບໄດ້ຢ່າງວ່ອງໄວ ແລະ ຕໍ່ເນື່ອງໃນໄລຍະເວລາຫຼາຍປີ ໂດຍທີ່ບໍ່ສາມາດສືບຫາໄດ້.
ການຕິດເຊື້ອໄວຣັສ໌ຕັບອັກເສບບີ້ແບບກະທັນຫັນ ອາດຈະຢູ່ໄດ້ຮອດຫົກເດືອນ (ມີ ຫຼື ບໍ່ມີອາການ) ແລະ ຄົນທີ່ຕິດເຊື້ອສາມາດກະຈາຍໄວຣັສ໌ໄປໃຫ້ຄົນອື່ນໃນໄລຍະເວລາດັ່ງກ່າວນີ້
ອາການຕິດເຊື້ອແບບກະທັນຫັນ ອາດຈະມີອາການເຫຼົ່ານີ້: ການເບື່ອອາຫານ, ປວດຄໍ່ກະດູກ ແລະ ກ້າມເນື້ອ, ເປັນໄຂ້ຕໍ່າ, ແລະ ອາດຈະມີອາການເຈັບທ້ອງ. ເຖິງວ່າ ຄົນສ່ວນໃຫຍ່ຈະບໍ່ສະແດງອາການ, ພວກເຂົາສາມາດສະແດງອາການໄດ້ພາຍໃນ 60-150 ວັນ ຫຼັງຈາກຕິດເຊື້ອ, ໂດຍສະເລ່ຍແມ່ນ 3 ເດືອນ. ບາງຄົນອາດຈະມີອາການຮຸນແຮງຂຶ້ນ ເຊັ່ນ: ວິນຫົວ, ຮາກ, ຕົວເຫຼືອງ (ຕາ ແລະ ຜີວໜັງເຫຼືອງ), ຫຼື ທ້ອງໄຂ່ ຊຶ່ງພວກເຂົາຈະຕ້ອງໄດ້ເຂົ້າຮັບການດູແລສຸຂະພາບຈາກທ່ານໝໍ
ການກວດເລືອດແບບງ່າຍໆກໍ່ສາມາດບອກໄດ້ວ່າ ບຸກຄົນດັ່ງກ່າວມີໄວຣັສ໌ຕັບອັກເສບບີ້ ຢູ່ໃນເລືອດຂອງພວກເຂົາຫຼືບໍ່. ຖ້າວ່າທ່ານໄດ້ຮັບການບົ່ງມະຕິພະຍາດວ່າ ມີໄວຣັສ໌ຕັບອັກເສບບີ້ແບບກະທັນຫັນ, ທ່ານໝໍຈະຕ້ອງກວດເລືອດຂອງທ່ານອີກຄັ້ງໜຶ່ງໃນໄລຍະ 6 ເດືອນ ເພື່ອກວດພົບວ່າທ່ານດີຂຶ້ນບໍ່, ຫຼືວ່າທ່ານໄດ້ຮັບເຊື້ອໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອ. ຈົນກວ່າທ່ານໝໍດູແລສຸຂະພາບຂອງທ່ານຈະຢັ້ງຢືນວ່າ ທ່ານບໍ່ມີໄວຣັສ໌ຕັບອັກເສບບີ້ ໃນເລືອດອີກຕໍ່ໄປ, ສິ່ງສໍາຄັນແມ່ນຈະຕ້ອງປົກປ້ອງຄົນອື່ນຈາກການຕິດເຊື້ອທີ່ອາດເກີດຂຶ້ນໄດ້. ນອກຈາກນັ້ນ ສິ່ງສໍາຄັນແມ່ນຕ້ອງໃຫ້ຄູ່ຮ່ວມເພດສໍາພັນ ແລະ ສະມາຊິກໃນຄອບຄົວຂອງທ່ານ (ຫຼື ຜູ່ທີ່ອາໃສຢູ່ພາຍໃນຄົວເຮືອນທີ່ໃກ້ຊິດກັບທ່ານ) ໄດ້ຮັບການກວດຫາໄວຣັສ໌ຕັບອັກເສບບີ້. ຖ້າວ່າພວກເຂົາບໍ່ໄດ້ຮັບເຊື້ອ – ແລະບໍ່ໄດ້ຮັບວັກຊີນໄວຣັສ໌ຕັບອັກເສບບີ້ – ພວກເຂົາຄວນຈະເລີ່ມໄດ້ຮັບການສີດວັກຊີນໄວຣັສ໌ຕັບອັກເສບບີ້ ຄົບຊຸດ.
ຜູ່ທີ່ມີໄວຣັສ໌ຕັບອັກເສບບີ້ ແບບກະທັນຫັນ ຈະບໍ່ມີຢາປິ່ນປົວໄວຣັສ໌ຕັບອັກເສບບີ້ ສະເພາະ – ບໍ່ມີການປິ່ນປົວການຕິດເຊື້ອໄວຣັສ໌ຕັບອັກເສບບີ້ ຂັ້ນຮຸນແຮງ, ແລະ ຄົນສ່ວນໃຫຍ່ທີ່ໄດ້ຮັບເຊື້ອທີ່ເປັນຜູ່ໃຫຍ່ ຈະດີຂຶ້ນດ້ວຍຕົນເອງ. ບາງຄັ້ງ, ຄົນທີ່ມີອາການຂັ້ນຮຸນແຮງອາດຈະໄດ້ຮັບການເບິ່ງແຍງຢູ່ໂຮງໝໍ ເພື່ອຊ່ວຍເຫຼືອແບບທົ່ວໄປ. ການພັກຜ່ອນ ແລະ ການບໍລິຫານອາການເຈັບປ່ວຍ ແມ່ນເປົ້າໝາຍຫຼັກໃນການປິ່ນປົວສຸຂະພາບນີ້. ເຫດການທີ່ບໍ່ຄ່ອຍພົບເຫັນ ເອີ້ນວ່າ “ຕັບອັກເສບ ຫຼື ຕັບວາຍ” ສາມາດເກີດຂຶ້ນໄດ້ຈາກການຕິດເຊື້ອແບບກະທັນຫັນແບບໃໝ່ ແລະ ຕ້ອງການຄວາມເອົາໃຈໃສ່ດ້ານສຸຂະພາບທັນທີ, ແບບຮີບດ່ວນ ເນື່ອງຈາກວ່າ ຮ່າງກາຍຂອງບຸກຄົນດັ່ງກ່າວອາດຈະຖືກທໍາລາຍຈາກໄວຣັສ໌ຢ່າງກະທັນຫັນ.
ວິທີການງ່າຍໆໃນການດູແລຕັບຂອງທ່ານໃນໄລຍະທີ່ມີການຕິດເຊື້ອໄວຣັສ໌ຕັບອັກເສບບີ້ ແບບກະທັນຫັນ ແມ່ນຫຼີກລ່ຽງການກິນເຫລົ້າ, ຢຸດ ຫຼື ຫ້າມສູບຢາ, ກິນອາຫານເພື່ອສຸຂະພາບ, ຫຼີກລ່ຽງອາຫານມັນ ຫຼື ມີໄຂມັນ, ແລະ ປຶກສາກັບຜູ່ໃຫ້ການດູແລສຸຂະພາບຂອງທ່ານກ່ຽວກັບຢາທີ່ທ່ານຈະຕ້ອງກິນ (ການສັ່ງຢາ, ຢາທີ່ຊື້ຢູ່ຮ້ານຂາຍຢາ, ວິຕາມິນ ຫຼື ອາຫານເສີມທີ່ເປັນສະໝຸນໄພ) ເພື່ອໃຫ້ໝັ້ນໃຈວ່າ ພວກມັນປອດໄພກັບຕັບຂອງທ່ານ. ນີ້ແມ່ນເວລາທີ່ດີໃນການຖາມຄໍາຖາມຕ່າງໆທີ່ທ່ານຢາກຮູ້. ການໃຊ້ວິຕາມິນ ແລະ ອາຫານເສີມສຸຂະພາບຂອງຕັບ ອາດຈະບໍ່ຊ່ວຍໃຫ້ທ່ານອາການດີຂຶ້ນ ແລະ ອາດຈະທໍາລາຍຕັບຂອງທ່ານ ຫຼາຍກວ່າທີ່ຈະເຮັດໃຫ້ອາການດີຂຶ້ນ.
ຈົ່ງປະຕິບັດຕາມຄໍາແນະນໍາຂອງທ່ານໝໍຂອງທ່ານ ເພື່ອກວດເລືອດເພີ່ມເຕີມ ຊຶ່ງມີຄວາມຈໍາເປັນໃນການຢັ້ງຢືນອາການຂອງທ່ານຈາກການຕິດເຊື້ອແບບກະທັນຫັນ.
ຜູ່ທີ່ໄດ້ຮັບການກວດເລືອດ ແລະ ພົບໄວຣັສ໌ຕັບອັກເສບບີ້ ໃນໄລຍະເວລາຫຼາຍກວ່າຫົກເດືອນ (ຫຼັງຈາກການກວດເລືອດຄັ້ງທໍາອິດຂອງພວກເຂົາ) ແມ່ນຖືກບົ່ງມະຕິພະຍາດວ່າ ມີການຕິດເຊື້ອຊໍາເຮື້ອ. ນີ້ໝາຍຄວາມວ່າ ລະບົບພູມຕ້ານທານຂອງພວກເຂົາ ບໍ່ສາມາດຕໍ່ສູ້ກັບໄວຣັສ໌ຕັບອັກເສບບີ້ ໄດ້ ແລະ ເຊື້ອຍັງຢູ່ໃນກະແສເລືອດ ແລະ ຕັບຂອງພວກເຂົາ. ມີວິທີການທີ່ມີປະສິດທິຜົນໃນການປິ່ນປົວ ແລະ ຕິດຕາມການຕິດເຊື້ອຊໍາເຮື້ອ, ແຕ່ບໍ່ມີວິທີປິ່ນປົວໃຫ້ດີຖາວອນ. ຖ້າວ່າທ່ານໄດ້ຮັບເຊື້ອຊໍາເຮື້ອ, ໄວຣັສ໌ອາດຈະຍັງມີຢູໃນເລືອດຂອງທ່ານຕະຫຼອດຊີວິດ.
ຜູ່ທີ່ມີໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອ ສາມາດສົ່ງໄວຣັສໃຫ້ບຸກຄົນອື່ນແບບບໍ່ຮູ້ໂຕ. ໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອ ຍັງສາມາດເຮັດໃຫ້ເປັນພະຍາດຕັບຂັ້ນຮຸນແຮງ, ເຊັ່ນ: ຕັບແຂງ ຫຼື ມະເຮັງຕັບ. ບໍ່ແມ່ນທຸກຄົນທີ່ໄດ້ຮັບການຕິດເຊື້ອຊໍ້າເຮື້ອຈະເປັນພະຍາດຕັບຂັ້ນຮຸນແຮງ. ເຖິງຢ່າງໃດກໍ່ຕາມ, ພວກເຂົາກໍ່ມີໂອກາດຫຼາຍກວ່າຜູທີ່ບໍ່ໄດ້ຮັບເຊື້ອ.
ຄວາມສ່ຽງໃນການພັດທະນາການຕິດເຊື້ອໄວຣັສ໌ຕັບອັກເສບບີ້ຊໍາເຮື້ອ ແມ່ນກ່ຽວກັບອາຍຸທີ່ຄົນຜູ່ໜຶ່ງໄດ້ຮັບເຊື້ອຄັ້ງທໍາອິດດ້ວຍໄວຣັສ໌ຕັບອັກເສບບີ້:
- 90% ຂອງເດັກນ້ອຍເກີດໃໝ່ທີ່ຕິດເຊື້ອ ແລະ ເດັກອ່ອນ ຈະພັດທະນາການຕິດເຊື້ອໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອ
- ຮອດ 50% ຂອງເດັກນ້ອຍທີ່ຕິດເຊື້ອ (1-5 ປີ) ຈະພັດທະນາການຕິດເຊື້ອໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອ
- 5-10% ຂອງຜູ່ໃຫຍ່ທີ່ໄດ້ຮັບເຊື້ອຈະພັດທະນາການຕິດເຊື້ອໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອ (ນັ້ນແມ່ນ, 90% ຈະເຊົາ)
ຮຽນຮູ້ວ່າ ທ່ານມີການຕິດເຊື້ອໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອ ຊຶ່ງສາມາດເຮັດໃຫ້ໃຈຮ້າຍ. ຍ້ອນວ່າຄົນສ່ວນໃຫຍ່ທີ່ບໍ່ມີອາການ ແລະ ສາມາດບົ່ງມະຕິພະຍາດໄດ້ຫຼັງຈາກໄດ້ຮັບເຊື້ອໄວຣັສ໌ຕັບອັກເສບບີ້ ເປັນເວລາຮອດສິບປີ, ເມື່ອຖືກບົ່ງມະຕິພະຍາດວ່າ ໄດ້ຮັບເຊື້ອໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອ ອາດຈະຮູ້ສຶກຕົກໃຈ ແລະ ປະຫລາດໃຈ. ຂ່າວດີແມ່ນ ຄົນສ່ວນໃຫຍ່ທີ່ມີໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອ ຄວນຄາດວ່າຈະດໍາລົງຊີວິດຢູ່ໄດ້ຍາວນານ ແລະ ມີສຸຂະພາບດີ.
ແມ່ຍິງຖືພາທີ່ໄດ້ຮັບເຊື້ອສາມາດກະຈາຍໄວຣັສ໌ໄປໃຫ້ລູກເກີດໃໝ່ໃນເວລາອອກລູກ. ດັ່ງນັ້ນ, ເນື່ອງຈາກວ່າຄວາມສ່ຽງໃນການໄດ້ຮັບເຊື້ອແລ້ວເປັນອັກເສບຕັບຊໍາເຮື້ອຂອງເດັກອ່ອນໃນເວລາເກີດແມ່ນມີສູງ, ທັງອົງການອານາໄມໂລກ (World Health Organization (WHO)) ແລະ ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະຣັຖ (Centers for Disease Control and Prevention (CDC)) ແນະນໍາໃຫ້ເດັກອ່ອນທຸກຄົນໄດ້ຮັບວັກຊີນປ້ອງກັນໄວຣັສ໌ຕັບອັກເສບບີ້ ຄັ້ງທໍາອິດ ພາຍໃນ 12-24 ຊົ່ວໂລກ ຫຼັງຈາກເກີດຂຶ້ນມາ. ຖ້າວ່າທ່ານຖືກພາ ແລະ ທ່ານຮູ້ວ່າທ່ານຕິດເຊື້ອ, ທ່ານຕ້ອງໃຫ້ລູກຂອງທ່ານສັກວັກຊີນປ້ອງກັນໄວຣັສ໌ຕັບອັກເສບບີ້ ຄັ້ງທໍາອິດພາຍໃນ 12-24 ຊົ່ວໂມງຫຼັງຈາກເກີດອອກມາ!
ຍ້ອນວ່າບໍ່ມີຢາປິ່ນປົວການຕິດເຊື້ອໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອ, ແຕ່ວ່າມີຢາບໍາບັດທີ່ມີປະສິດທິພາບທີ່ສາມາດຄວບຄຸມໄວຣັສ໌ຕັບອັກເສບບີ້ ໄດ້ ແລະ ສາມາດຢຸດການທໍາລາຍຕັບ. ນອກຈາກນັ້ນ ໃນອະນາຄົດອັນໃກ້ໆນີ້ ຍັງອາດຈະມີຢາໃໝ່ໆເກີດຂຶ້ນຈາກການວິໃຈທີ່ສາມາດປິ່ນປົວພະຍາດນີ້ໄດ້. ເຖິງວ່າຄວາມສ່ຽງໃນການພັດທະນາເປັນພະຍາດຕັບຂັ້ນຮຸນແຮງ ຫຼື ມະເຮັງຕັບ ຂອງຄົນທີ່ເປັນພະຍາດໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອ ແມ່ນມີສູງກວ່າຜູ່ທີ່ບໍ່ໄດ້ຮັບການຕິດເຊື້ອ, ແຕ່ຍັງມີສິ່ງງ່າຍດາຍຫຼາຍຢ່າງທີ່ຄົນຜູ່ໜຶ່ງສາມາດເຮັດໄດ້ເພື່ອຊ່ວຍໃຫ້ຫຼຸດຜ່ອນຄວາມສ່ຽງຂອງພວກເຂົາ.
- ນັດພົບຊ່ຽວຊານສະເພາະທາງດ້ານຕັບ ຫຼື ຜູ່ໃຫ້ການເບິ່ງສຸຂະພາບ ເປັນປະຈໍາທຸກໆຫົກເດືອນ (ຫຼື ຢ່າງໜ້ອຍປີລະຄັ້ງ) ຊຶ່ງເປັນຜູ່ທີ່ມີຄວາມຮູ້ກ່ຽວກັບໄວຣັສ໌ຕັບອັກເສບບີ້ ເພື່ອໃຫ້ພວກເຂົາສາມາດຕິດຕາມສະພາບຕັບຂອງທ່ານ.
- ໂອ້ລົມກັບຜູ່ຈັດຫາການດູແລສຸຂະພາບຂອງທ່ານວ່າ ການປິ່ນປົວການຕິດເຊື້ອໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອຂອງທ່ານ ຈະມີປະໂຫຍດໃນການປ້ອງກັນພະຍາດຕັບຂັ້ນຮຸນແຮງ ຫຼື ມະເຮັງຕັບຫຼືບໍ່.
- ຕ້ອງໃຫ້ຜູ່ດູແລສຸຂະພາບຂອງທ່ານກວດສຸຂະພາບຂັດກອງຫາມະເຮັງຕັບຂັ້ນຕົ້ນໃນເວລາເຂົ້າໄປປຶກສາ ຍ້ອນວ່າການກວດຫາພະຍາດແຕ່ຫົວທີ ຈະສາມາດມີທາງເລືອກໃນການປິ່ນປົວໄດ້ຫຼາຍກວ່າ ແລະ ມີຊີວິດທີ່ຍືນຍາວກວ່າ.
- ຫຼີກລ່ຽງ ຫຼື ດື່ມສິ່ງມຶນເມົາ ແລະ ສູບຢາໃຫ້ໜ້ອຍລົງ ຍ້ອນວ່າທັງສອງຢ່າງນັ້ນເຮັດໃຫ້ຕັບຂອງທ່ານເຮັດວຽກໜັກຂຶ້ນ.
- ກິນອາການທີ່ດີຕໍ່ສຸຂະພາບ ໂດຍສະເພາະກິນຜັກໃຫ້ຫຼາຍໆ ຍ້ອນວ່າອາຫານປະເພດທອດ ແລະ ມີໄຂມັນ ຈະເຮັດໃຫ້ຕັບຂອງທ່ານເຮັດວຽກໜັກ.
ຖ້າວ່າມີຄົນໄດ້ຮັບເຊື້ອໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອ, ທ່ານໝໍຂອງພວກເຂົາອາດຈະໃຫ້ຄໍາເຫັນວ່າພວກເຂົາເປັນ “ຜູ່ ຖືເຊື້ອພະຍາດຊໍາເຮື້ອ”. ການເປັນ “ຜູ່ຖືເຊື້ອພະຍາດຊໍາເຮື້ອ” ໝາຍຄວາມວ່າ ທ່ານໄດ້ຮັບເຊື້ອໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອ, ທ່ານສາມາດກະຈາຍໄວຣັສ໌ໄປໃຫ້ຄົນອື່ນ, ແລະ ທ່ານຄວນຈະໄດ້ຮັບການຄຸ້ມຄອງການຕິດເຊື້ອຂອງທ່ານຈາກທ່ານໝໍ.
ຄົນໜຸ່ມສ່ວນໃຫຍ່ຈະຟື້ນໂຕຈາກການໄດ້ຮັບເຊື້ອແບບກະທັນຫັນດ້ວຍຕົນເອງ ໂດຍບໍ່ຈໍາເປັນຕ້ອງມີການປິ່ນປົວ. ສໍາລັບໄວໜຸ່ມ, ເດັກນ້ອຍ ແລະ ເດັກອ່ອນ ຜູ່ທີ່ພັດທະນາເປັນການຕິດເຊື້ອໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອ ປັດຈຸບັນຈະບໍ່ມີການປິ່ນປົວ. ແຕ່ວ່າມີຂ່າວດີແມ່ນ ມີການປິ່ນປົວທີ່ສາມາດຊ່ວຍ ເຮັດໃຫ້ການທຳລາຍຕັບຊ້າລົງສໍາລັບຜູ່ທີ່ໄດ້ຮັບເຊື້ອຊໍາເຮື້ອ ໂດຍການເຮັດໃຫ້ການວິວັດຂອງໄວຣັສຊ້າລົງ. ຖ້າວ່າວິວັດການຂອງໄວຣັສ໌ຕັບອັກເສບບີ້ ຊ້າລົງ ຈະເຮັດໃຫ້ຕັບຖືກທໍາລາຍໜ້ອຍລົງ.
ດ້ວຍການວິໄຈໃໝ່ໆທີ່ໜ້າຕື່ນເຕັ້ນ, ມີຄວາມຫວັງຢ່າງຍິ່ງວ່າ ຈະມີການປິ່ນປົວໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອໃນອະນາຄົດອັນໃກ້ນີ້. ເຂົ້າ ເບິ່ງຢາ (Drug Watch) ເພື່ອຊອກລາຍຊື່ຢາຕ່າງໆທີ່ມີຄວາມເປັນໄປໄດ້ໃນການພັດທະນາ.
ສໍາລັບການຕິດເຊື້ອແບບກະທັນຫັນ ຈະບໍ່ມີຢາປິ່ນປົວນອກຈາກພັກຜ່ອນ ແລະ ກວດວິເຄາະເພື່ອປີ່ນປົວຕາມອາການຕ່າງໆ.
ສໍາລັບໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອ, ມີການປິ່ນປົວຫຼາຍຢ່າງທີ່ສາມາດພົບເຫັນໄດ້. ສິ່ງສໍາຄັນແມ່ນໃຫ້ເຂົ້າໃຈວ່າ ບໍ່ແມ່ນທຸກຄົນທີ່ມີໄວຣັສ໌ຕັບອັກເສບບີ້ ຕ້ອງໄດ້ຮັບການປິ່ນປົວ. ແພດຂອງທ່ານຈະຊ່ວຍທ່ານຕັດສິນໃຈວ່າທ່ານຕ້ອງການຢາປິ່ນປົວ ຫຼືວ່າ ທ່ານສາມາດລໍຖ້າ ແລະ ຕິດຕາມອາການຂອງທ່ານ.
ມີຢາຕ້ານໄວຣັສ໌ຫຼາຍຊະນິດທີ່ສາມາດຫຼຸດຜ່ອນ ຫຼື ຢຸດໄວຣັສ໌ຕັບອັກເສບບີ້ ບໍ່ໃຫ້ມີບັນຫາແຊກຊ້ອນ ຊຶ່ງສາມາດຫຼຸດຜ່ອນການອັກເສບ ແລະ ທໍາລາຍຕັບ. ຢາຕ້ານໄວຣັສ໌ເຫຼົ່ານີ້ແມ່ນການກິນຢາມື້ລະເມັດເປັນເວລາຢ່າງໜ້ອຍ 1 ປີ, ແຕ່ສ່ວນຫຼາຍແລ້ວແມ່ນດົນກວ່ານັ້ນ. ມີຢາຕ້ານໄວຣັສ U.S. FDA 6 ຊະນິດ ທີ່ໄດ້ຖືກຮັບຮອງ, ແຕ່ວ່າມີແຕ່ຢາ “ແຖວໜ້າ” ສາມຊະນິດເທົ່ານັ້ນທີ່ຖືກແນະນໍາໃຫ້ໃຊ້: ທີໂນໂຟເວຍ ດີໂຊໂປຣຊິນ (tenofovir disoproxil, Viread/TDF), ທີໂນໂຟເວຍ ອາລາຟີນາໄມດ໌ (tenofovir alafenamide, Vemlidy/TAF) ແລະ ເອັນຕີຄາເວຍ໌ (entecavir8) (ບາຣາຄລູດ (Baraclude)). ຢາຕ້ານໄວຣັສແຖວໜ້າແມ່ນຢາທີ່ຖືກແນະນໍາ ຍ້ອນວ່າພວກມັນປອດໄພກວ່າ ແລະ ມີປະສິດທິຜົນທີ່ສຸດ. ສໍາລັບຜູ່ທີ່ບໍ່ຕອບສະໜອງຕໍ່ຢາ ຫຼື ບໍ່ໄດ້ໃຊ້ການປິ່ນປົວດ້ວຍຢາຕ້ານໄວຣັສ໌ແຖວໜ້າ, ມີຢາປະເພດອື່ນໆທີ່ເປັນທາງເລືອກຄື: ເທວບູວີດິນ (telbivudine) (ໄຕຊີກາ (Tyzeka), ຊີບີໂວ (Sebivo)), ອາດີໂຟເວຍ (adefovir) ດີປີໂວຊິນ (dipivoxil) (ເຮັບຊີຣາ (Hepsera)), ແລະ ລາມີວູດິນ (lamivudine) ອີປີເວຍ-HBV (Epivir-HBV), ຊີຟິສ (Zeffix), ເຮັບໂຕດິນ (Heptodin).
ເຖິງວ່າ FDA ໄດ້ຮັບຮອງຢາຕ້ານໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອເຫຼົ່ານີ້, ແຕ່ພວກມັນກໍ່ບໍ່ໄດ້ໃຫ້ການປິ່ນປົວແບບສົມບູນ. ເຖິງຢ່າງໃດກໍ່ຕາມ ພວກມັນສາມາດຫຼຸດຜ່ອນຄວາມສ່ຽງໄດ້ຫຼາຍ ຊຶ່ງຈະກ້າວໄປສູ່ການທຳລາຍຕັບ ແລະ ເປັນມະເຮັງຕັບ. ຢາຕ້ານໄວຣັສ໌ບໍ່ໄດ້ໝາຍຄວາມວ່າ ຈະເຮັດໃຫ້ພະຍາດຢຸດ ແລະ ເລີ່ມໃໝ່ ຊຶ່ງນີ້ແມ່ນເຫດຜົນທີ່ວ່າເປັນຫຍັງການປະເມີນຜົນໂດຍໝໍທີ່ມີຄວາມຮູ້ຈຶ່ງມີຄວາມສໍາຄັນຫຼາຍ ກ່ອນຈະເລີ່ມໄດ້ຮັບການປິ່ນປົວໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອ.
ນອກຈາກນັ້ນ ຍັງມີຢາອິມມູໂນໂມດູເລເຕີ (immunomodulator) ທີ່ສົ່ງເສີມລະບົບພູມຕ້ານທານທີ່ຊ່ວຍຄວບຄຸມໄວຣັສ໌ຕັບອັກເສບບີ້. ພວກມັນແມ່ນຢາສັກຕະຫຼອດໄລຍະ 6 ເດືອນ ຫາ 1 ປີ. ຢາທີ່ສັ່ງຈ່າຍສ່ວນໃຫຍ່ແມ່ນປະກອບດ້ວຍ ອິນເຕີເຟີຣອນ ອານຟາ-2b (ອິນທຣອນເອ, Intron A) ແລະ ພີກູເລຕິດ ອິນເຟີຣອນ (pegylated interferon (ພີກາຊີສ, Pegasys).
ທ່ານ ແລະ ໝໍຂອງທ່ານ ຈະຕ້ອງປຶກສາຮ່ວມກັນເພື່ອຫາທາງເລືອກໃນການປິ່ນປົວກ່ອນຕັດສິນໃຈວ່າ ການປິ່ນປົວປະເພດໃດທີ່ດີທີ່ສຸດສໍາລັບທ່ານ. ສໍາລັບຫຼາຍຄົນ, ການປິ່ນປົວເຫຼົ່ານີ້ຈະຫຼຸດຜ່ອນ ຫຼືຢຸດ ໄວຣັສ໌ຕັບອັກເສບບີ້. ສິ່ງດັ່ງກ່າວນີ້ຈະເຮັດໃຫ້ຄົນເຈັບຮູ້ສຶກດີຂຶ້ນໃນພາຍສອງສາມເດືອນ ຍ້ອນວ່າການທໍາລາຍຂອງຕັບຈາກໄວຣັສແມ່ນຫຼຸດລົງ ຫຼືໃນບາງກໍລະນີແມ່ນກົງກັນຂ້າມ ເມື່ອກິນຢາໃນໄລຍະຍາວ.
ຕ້ອງການເຂົ້າເບິ່ງລາຍຊື່ຢາຂອງ FDA ທີ່ໄດ້ຮັບການຮັບຮອງ ແລະ ຢາທີ່ສາມາດປິ່ນປົວໄດ້ອື່ນໆທີ່ພັດທະນາສໍາລັບໄວຣັສ໌ຕັບອັກເສບບີ້, ໃຫ້ເຂົ້າໄປທີ່ Drug Watch https://www.hepb.org/languages/laotian/general-information/